3ຢ່າງ ທີ່ຕ້ອງຄຶດຫຼັງຕໍ່ບັດແຮງງານແລ້ວ

เลือกอ่านหัวข้อที่สนใจ

3ຢ່າງ ທີ່ຕ້ອງຄຶດຫຼັງຕໍ່ບັດແຮງງານແລ້ວ

1. ກວດສອບອາຍຸໜັງສືຜ່ານແດນຫຼືໜັງສືເດິນທາງວ່າເຫຼືອອາຍຸເທົ່າໃດ

ເນື່ອງຈາກການຕໍ່ບັດລອບນີ້ລັດຖະບານອະນຸຍາດໃຫ້ຢູ່ຕໍ່ໄດ້ອີກ 2 ປີຖ້າໜັງສືຜ່ານແດນໝົດອາຍຸກ່ອນ 2 ປີ ເຈົ້າຕ້ອງຍື່ນເລື່ອງເຮັດຫນັງສືຜ່ານ ແດນຫຼືໜັງສືເດິນທາງເຫຼັ້ມໃໝ່ເມື່ອໄດ້ເຫຼັ້ມໃໝ່ແລ້ວຕ້ອງເຮັດເລື່ອງຍ້າຍວີຊ້າ ແລະຄຳນວນນຳວ່າເຮັດເຫຼັ້ມໃໝ່ຈະຄຸ້ມຄ່າໃນການມາຕໍ່ອາຍຸບໍ່

ເວັບໄຊການເຮັດໜັງສືຜ່ານແດນຫລືໜັງສືເດິນທາງ ມຽນມາທີ່ມີເຫລັ້ມ CI ໃຫ້ເຮັດເຫລັ້ມສາກົນ | ມຽນມາເຫລັ້ມ pj,pv ເຮັດຢູ່ສະຖານທູດ |  ເຮັດໜັງສືຜ່ານແດນຫລືໜັງສືເດິນທາງກຳພູຊາແບບປົກກະຕິ |  ກຳພູຊາແບບດ່ວນພິເສດ

ເມື່ອໄດ້ເຫລັ້ມໃໝ່ແລ້ວຕ້ອງເຮັດເລື່ອງ ຍ້າຍກາວີຊ້າ

ຕ້ອງຄຳນວນນຳວ່າເຮັດເຫລັ້ມໃໝ່ແລ້ວຈະຄຸ້ມຄ່າບໍ່ ໃນການຕໍ່ອາຍຸ ຫລືເຮັດເຫລັ້ມໃໝ່ແລະຍື່ນ MOU ດີ

2. ຢ່າລືມວ່າ VISA ຮອບນີ້ໄດ້ແຄ່ 1 ປີ

ຄື ເມື່ອເຖິງຕົ້ນເດືອນມີນາ 2564 ຕ້ອງກວດສຸຂະພາບອີກເທື່ອນຶງເພື່ອເອົາໃບຢັ້ງຢືນການແພດ ມາຍື່ນຕໍ່ VISA ອີກ 1 ປີ (ການຕໍ່ວີຊ້າເບິ່ງຈາກເວັບໄຊນີ້)

(ແຕ່ໃບອະນຸຍາດບໍ່ຕ້ອງເຮັດແນວໃດ ຍ້ອນວ່າເຈົ້າໄດ້ມາ 2 ປີແລ້ວ)

ຕ້ອງກວດສຸຂະພາບອີກເທື່ອໜຶ່ງເພື່ອເອົາໃບຢັ້ງຢືນການແພດໄປຍື່ນຕໍ່ວີຊ້າ (ການກວດສຸຂະພາບເບິ່ງຈາກເວັບໄຊນີ້)

3. ເມື່ອຄົບ 2 ປີແລ້ວຕ້ອງເຮັດແນວໃດ

ຕ້ອງຕັດສິນໃຈວ່າຈະລໍຖ້າລັດຖະບານປະກາດຫຼຸດຜ່ອນໃຫ້ຕໍ່ອາຍຸອີກຫຼືບໍ່ ຫຼືວ່າເລືອກທີ່ຈະເຮັດ MOU (ລາຍລະອຽດການເຮັດ MOU ແຕ່ລະສັນຊາດ ມຽນມາ ລາວ ກຳພູຊາ)

ກ່ອນເອກະສານຈະໝົດອາຍຸ ຈະໄດ້ບໍ່ເສຍເວລາຕ້ອງຄືນໄປຖ້າທີ່ປະເທດຕົວເອງ ແລະບໍ່ຕ້ອງກັງວົນວ່າລັດຖະບານຈະເປິດໃຫ້ຕໍ່ອີກຫຼືບໍ່ ເຊິ່ງຖ້າເຮັດ MOU ແລ້ວ ສາມາດຢູ່ເຮັດວຽກຕໍ່ໄດ້ອີກ 4 ປີ

SHARE: