ເອກະສານເພື່ອປ້ອງກັນການກວດສອບຂອງຕຳຫລວດ ແຮງງານຕ່າງດ້າວເຮົາຢູ່ກຸ່ມໃດ

ເອກະສານເພື່ອປ້ອງກັນການກວດສອບຂອງຕຳຫລວດ ແຮງງານຕ່າງດ້າວເຮົາຢູ່ກຸ່ມໃດ

เลือกอ่านหัวข้อที่สนใจ

ເອກະສານເພື່ອປ້ອງກັນການກວດສອບຂອງຕຳຫລວດ ແຮງງານຕ່າງດ້າວເຮົາຢູ່ກຸ່ມໃດ?

ກຸ່ມຄົນງານທີ່ພັກອາໄສຢູ່ປະເທດໄທ (ຂໍ້ມູນໃນ ມື້ທີ 5 ມີນາ 2021)

ກຸ່ມທີ່ຖືບັດຊົມພູມີ 3 ກຸ່ມ ແບ່ງອອກເປັນກຸ່ມດັງນີ້

1. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 20 ສິງຫາ 2562

2. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 4 ສິງຫາ 2563

3. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 29 ທັນວາ 2563

 

ກຸ່ມແຮງງານທີ່ນຳເຂົ້າໃນລະບົບ MOU ສາມາດແບ່ງອອກເປັນ 2 ກຸ່ມດັງນີ້

4. MOU ຄົບ 2 ປີ

5. MOU ຄົບ 4 ປີ

 

1. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 20 ສິງຫາ 2562

ແຈ້ງການຂອງກະຊວງມະຫາດໄທ

ຊ່ວງໄລຍະເວລາໃນການກະກຽມເອກະສານ ມື້ທີ 4 ກັນຍາ 2562

ຍື່ນເອກະສານຂໍໃບອະນຸຍາດເຮັດວຽກໃຫ້ແລ້ວພາຍໃນມື້ທີ 31 ມີນາ 2563

ໂດຍກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ໃນມື້ທີ 20 ສິງຫາ 2562 ຫລືກຸ່ມ MOU ພິເສດ ທີ່ເຮັດໃນປະເທດ

ແບ່ງກຸ່ມຍ່ອຍໄດ້ 2 ກຸ່ມດັງນີ້

 

1.1 ກຸ່ມໃບອະນຸຍາດເຮັດວຽກ ໝົດອາຍຸກ່ອນມື້ທີ 31 ມີນາ 2563

ໄດ້ຮັບການຕໍ່ອາຍຸໃບອະນຸຍາດເຮັດວຽກໃໝ່ຮອດມື້ທີ 30 ກັນຍາ 2564

ໄດ້ວີຊ້າລອບທຳອິດຈົນຮອດມື້ທີ 30 ກັນຍາ 2563

ວີຊ້າເທື່ອທີສອງ 30 ກັນຍາ 2564

1.2 ກຸ່ມໃບອະນຸຍາດເຮັດວຽກໝົດອາຍຸຕັ້ງແຕ່ມື້ທີ 31 ມີນາ 2563 – 30 ມິຖຸນາ 2563.

ໄດ້ຮັບການຕໍ່ອາຍຸໃບອະນຸຍາດເຮັດວຽກຮອດມື້ທີ 31 ມີນາ 2565

ໄດ້ວີຊ້າລອບທຳອິດຈົນຮອດມື້ທີ 31 ມີນາ 2564

ວີຊ້າເທື່ອທີສອງ 31 ມີນາ 2565 (ລາຍລະອຽດກ່ຽວກັບການຂະຫຍາຍວີຊາເທື່ອທີ 2)

ການປ່ຽນນາຍຈ້າງ ມີເງື່ອນໄຂ 5 ຂໍ້ແລະໃບແຈ້ງອອກຈາກວຽກບໍ່ເກິນ 30 ມື້

ມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 26 ມັງກອນ 2564

ຂະຫຍາຍໄລຍະເວລາສຳລັບການກວດສຸຂະພາບແລະການຕໍ່ອາຍຸວີຊ້າ 6 ເດືອນຈົນຮອດມື້ທີ 30 ກັນຍາ 2564

2. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 4 ສິງຫາ 2563

ແຈ້ງການຂອງກະຊວງມະຫາດໄທ

ກຸ່ມທີ່ສາມາດເຮັດໄດ້ແບ່ງອອກເປັນ 3 ກຸ່ມດັງນີ້

2.1 ແຮງງານຕ່າງດ້າວສັນຊາດ ກຳປູເຈຍ ລາວ ແລະມຽນມາທີ່ເຂົ້າມາເຮັດວຽກພາຍໃຕ້ຂໍ້ຕົກລົງ MOU ເຊິ່ງເຮັດວຽກຈົນຄົບ 4 ປີ ບໍ່ສາມາດກັບຄືນປະເທດຂອງຕົວເອງໄດ້ຍ້ອນສະຖານະການ COVID-19.

2.2 ແຮງງານຕ່າງດ້າວສັນຊາດ ກຳປູເຈຍ ລາວ ແລະມຽນມາທີ່ຜ່ານການກວດສອບສັນຊາດ ຖືເອກະສານປະຈຳ ຕົວ ເປັນຕົ້ນແມ່ນ ປຶ້ມເດິນທາງ (PP), ເອກະສານການເດິນທາງ (TD), ເອກະສານຢັ້ງຢືນສ່ວນບຸກຄົນ (CI) ທີ່ໃບອະນຸຍາດເຮັດວຽກແລະການອະນຸຍາດໃຫ້ຢູ່ໃນລາຊະອານາຈັກໝົດອາຍຸແຕ່ມື້ທີ 30 ກັນຍາ 2562 ເຖິງມື້ທີ 30 ມິຖຸນາ 2563, ແຕ່ບໍ່ໄດ້ດຳເນິນການຕາມມະຕິຕົກລົງຂອງຄະນະລັດຖະມົນຕີ ໃນມື້ທີ 20 ສິງຫາ 2562, ສະຫລຸບໄດ້ວ່າກຸ່ມທີ່ມີບັດຊົມພູຕົກຫລົ່ນທີ່ຍື່ນ Name List ບໍ່ທັນຊ່ວງທີ່ມະຕິຕົກລົງຂອງຄະນະລັດຖະມົນຕີ ໃນມື້ທີ 20 ສິງຫາ 2562, ກຸ່ມແຮງງານຕ່າງດ້າວທີ່ວີຊ້າໝົດອາຍຸໃນລະຫວ່າງມື້ທີ 30 ກັນຍາ 2562 ເຖິງ 30 ມິຖຸນາ 2563, ກຸ່ມນີ້ລວມເອົາຜູ້ຕິດຕາມຂອງເຂົາເຈົ້ານຳ

2.3 ແຮງງານຕ່າງດ້າວສັນຊາດ ກຳປູເຈຍ ລາວ ແລະມຽນມາ ທີ່ເຂົ້າມາເຮັດວຽກພາຍໃຕ້ຂໍ້ຕົກລົງ MOU ເຊິ່ງໃບອະນຸຍາດເຮັດວຽກຖືກຍົກເລິກຕາມກົດໝາຍມາດຕາ 50, ມາດຕາ 53 ຫລືມາດຕາທີ 55 ຕາມກົດໝາຍວ່າດ້ວຍການຄຸ້ມຄອງການເຮັດວຽກຂອງແຮງງານຕ່າງດ້າວ ພ.ສ. 2560 ແລະການປັບປຸງແກ້ໄຂຕື່ມ ເປັນຕົ້ນແມ່ນອອກຈາກນາຍຈ້າງເກົ່າ ແຕ່ບໍ່ສາມາດຊອກຫານາຍຈ້າງໃໝ່ໄດ້ພາຍໃນ 30 ມື້ ສະຫລຸບຄື ກຸ່ມທີ່ລາອອກຫລືຖືກເຊົາຈ້າງ ກຸ່ມທີ່ປ່ຽນນາຍຈ້າງບໍ່ໄດ້ ເຊັ່ນນາຍຈ້າງເກົ່າບໍ່ແຈ້ງອອກຈາກວຽກໃຫ້ ນາຍຈ້າງເກົ່າບໍ່ສາມາດຕິດຕໍ່ຫລືເອກະສານໃບແຈ້ງອອກໄດ້ກາຍ 30 ມື້, ລວມທັງກຸ່ມ MOU ຄົບ 2 ປີແລ້ວຕໍ່ບໍ່ທັນ

ຊ່ວງໄລຍະເວລາໃນການເຮັດເອກະສານຕັ້ງແຕ່ມື້ທີ 17 ສິງຫາເຖິງ 31 ມັງກອນ 2564

ໄດ້ຮັບໃບອະນຸຍາດເຮັດວຽກຈົນຮອດມື້ທີ 31 ມີນາ 2565

ໄດ້ຮັບວີຊ້າລອບທຳອິດຈົນຮອດມື້ທີ 31 ມີນາ 2565

ວີຊ້າເທື່ອທີສອງ ມື້ທີ 31 ມີນາ 2565 (ລາຍລະອຽດກ່ຽວກັບການຂະຫຍາຍວີຊ້າເທື່ອທີ 2)

ການປ່ຽນນາຍຈ້າງ ມີເງື່ອນໄຂ 5 ຂໍ້ແລະເອກະສານການແຈ້ງອອກມີອາຍຸບໍ່ເກີນ 30 ມື້.

ມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 26 ມັງກອນ 2564

ຂະຫຍາຍໄລຍະເວລາສຳລັບການກວດສຸຂະພາບແລະການຕໍ່ອາຍຸວີຊ້າ 6 ເດືອນຈົນຮອດມື້ທີ 30 ກັນຍາ 2564

 

3. ບັດຊົມພູ, ກຸ່ມມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 29 ທັນວາ 2563

ແຈ້ງການຂອງກະຊວງມະຫາດໄທ

ກຸ່ມບັດຊົມພູຜ່ອນຜັນ ການອະນຸຍາດສຳລັບຄົນຕ່າງດ້າວບາງປະເພດທີ່ຈະຢູ່ໃນອານາຈັກແມ່ນເປັນກໍລະນີພິເສດ. ພາຍໃຕ້ສະຖານະການການລະບາດຂອງພະຍາດໂຄວິດ 2019

ກຸ່ມທີ່ສາມາດເຮັດໄດ້ ຄື ເຮັດໄດ້ທຸກກຸ່ມ ແບບມີເອກະສານແລະບໍ່ມີເອກະສານ

ໄລຍະເວລາສຳລັບການກະກຽມເອກະສານແມ່ນເລີ່ມແຕ່ມື້ທີ 15 ມັງກອນ 2564 ເຖິງມື້ທີ 30 ທັນວາ 2564

ໄດ້ຮັບການຕໍ່ໃບອະນຸຍາດເຮັດວຽກໃໝ່ ຮອດມື້ທີ 13 ກຸມພາ 2566

ກຸ່ມນີ້ຈະບໍ່ໄດ້ຮັບວີຊ້າແຕ່ຈະໄດ້ຮັບສິດຢູ່ອາໄສຈົນຮອດມື້ທີ 13 ກຸມພາ 2566

ເງື່ອນໄຂ ຫ້າມອອກນອກຈັງຫວັດຫລືເຂດທີ່ທ່ານໄດ້ແຈ້ງໃຫ້ເຮັດວຽກ

ການປ່ຽນນາຍຈ້າງພາຍໃນ 30 ວັນ

ມະຕິຕົກລົງຂອງຄະນະລັດຖະມົນຕີມື້ທີ 26 ມັງກອນ 2564

1. ຕື່ມການຈັດເກັບຂໍ້ມູນອັດຕະລັກບຸກຄົນ (Biometrics)

2. ອັດຕາຄ່າກວດໂຄວິດ 19 ຈາກ 3,000 ເປັນ 2,300 ບາດ

3. ລາຍງານຕົວ 90 ມື້ ເລິ່ມລາຍງານຕົວນັບແຕ່ມື້ໄດ້ຮັບບັດຊົມພູ

 

4. ກຸ່ມແຮງງານທີ່ນຳເຂົ້າໃນລະບົບ MOU ຄົບ 2 ປີ

ກຸ່ມນີ້ຈະໄດ້ຮັບການຕໍ່ໃບອະນຸຍາດເຮັດວຽກແລະວີຊ້າເຮັດວຽກ 2 ປີ ຕາມຄຳຮ້ອງຂໍຍື່ນເລື່ອງພາຍໃຕ້ລະບົບການ ນຳເຂົ້າ MOU ເຊິ່ງສາມາດຕໍ່ໄດ້ອີກ 2 ປີ (ລາຍລະອຽດກ່ຽວກັບການຕໍ່ອາຍຸ MOU ຄົບ 2 ປີ)

ໄລຍະເວລາໃນການຍື່ນເອກະສານໄດ້ລ່ວງຫນ້າ 45 ມື້ ກ່ອນທີ່ເອກະສານຈະໝົດອາຍຸ

ການປ່ຽນນາຍຈ້າງ ມີເງື່ອນໄຂ 5 ຂໍ້ ແລະເອກະສານການແຈ້ງອອກມີອາຍຸບໍ່ເກີນ 30 ມື້

ມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 26 ມັງກອນ 2564

ຂະຫຍາຍໄລຍະເວລາສຳລັບການກວດສຸຂະພາບແລະການຕໍ່ອາຍຸວີຊ້າ 6 ເດືອນຈົນຮອດມື້ທີ 30 ກັນຍາ 2564

 

5. ກຸ່ມແຮງງານທີ່ນຳເຂົ້າໃນລະບົບ MOU ຄົບ 4 ປີ

ພາຍໃຕ້ສະຖານະການປົກກະຕິ ແຮງງານກລຸ່ມນີ້ຕ້ອງເດິນທາງກັບຄືນປະເທດຂອງຕົນເພື່ອເຂົ້າລະບົບ MOU ອີກເທື່ອນຶງ ແຕ່ຍ້ອນວ່າສະຖານະການ COVID-19 ສະນັ້ນຈຶ່ງມີການຜ່ອນຜັນໃຫ້ດຳເນິນການຕໍ່ອາຍຸໃບອະນຸຍາດເຮັດວຽກແລະວີຊ້າໄດ້ອີກ 2 ປີໃນປະເທດໄທ

(ລາຍລະອຽດຂອງການຕໍ່ອາຍຸ MOU ຄົບ 4 ປີ)

ໄລຍະເວລາໃນການຍື່ນເອກະສານໄດ້ລ່ວງຫນ້າ 45 ມື້ ກ່ອນທີ່ເອກະສານຈະໝົດອາຍຸ

ການປ່ຽນນາຍຈ້າງ ມີເງື່ອນໄຂ 5 ຂໍ້ແລະເອກະສານການແຈ້ງອອກມີອາຍຸບໍ່ເກີນ 30 ມື້

ມະຕິຕົກລົງຂອງຄະນະລັດຖະມົນຕີ ມື້ທີ 26 ມັງກອນ 2564

ຂະຫຍາຍໄລຍະເວລາສຳລັບການກວດສຸຂະພາບແລະການຕໍ່ອາຍຸວີຊ້າ 6 ເດືອນຈາກມື້ທີ່ຫມົດອາຍຸ ກຸ່ມທີ່ຊ້າທີ່ສຸດບໍ່ເກິນມື້ທີ 30 ກັນຍາ 2565

SHARE: