ปกต่อ 4 ปีหลัง-ลาว

ບໍລິການ ຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວ VISA (MOU ຄົບ 4 ປີ)

เลือกอ่านหัวข้อที่สนใจ

ການຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວແລະວີຊ້າແຮງງານຕ່າງດ້າວ

ບໍລິການ ຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວ VISA (MOU ຄົບ 4 ປີ)

บริการต่ออายุ MOU 4 ปีหลัง ลาว
บริการต่ออายุ MOU 4 ปีหลัง ลาว

 

ຂັ້ນຕອນການຮັບບໍລິການ MOU ຄົບ 4 ປີ

  1. ແຮງງານໄປກວດສຸຂະພາບ (ລາຍລະອຽດການກວດສຸຂະພາບ)
  2. ແຮງງານໄປຖ່າຍຮູບຢູ່ຮ້ານ ຫລືມາຖ່າຍຢູ່ບໍລິສັດໄດ້ຟີ
  3. ນາຍຈ້າງລົງຊື່ໃນເອກະສານແບບຟອມທີ່ທາງບໍລິສັດເຮົາກຽມໄວ້ໃຫ້
  4. ນຳເອກະສານທັ້ງໝົດມາຍື່ນທີ່ບໍລິສັດ

ວິທີການດຳເນິນການຕໍ່ວີຊ້າແລະໃບອະນຸຍາດເຮັດວຽກ MOU ຄົບ 4 ປີ

  1. ຍື່ນເອກະສານຕໍ່ວີຊ້າ ທີ່ສຳນັກງານກວດຄົນເຂົ້າເມືອງ
  2. ຍື່ນເອກະສານຕໍ່ໃບອະນຸຍາດເຮັດວຽກທີ່ກົມຈັດຫາງານ
  3. ຍື່ນຂໍຈັດເຮັດທະບຽນປະຫວັດຄົນທີ່ບໍ່ມີສັນຊາດໄທ (ເຮັດບັດຕ່າງດ້າວສີຊົມພູ)

 

ເອກະສານທີ່ຕ້ອງໃຊ້ຂອງນາຍຈ້າງ (ສຳເນົາ 3 ຊຸດ)
  1. ສຳເນົາໃບຢັ້ງຢືນບໍລິສັດ ອາຍຸບໍ່ເກິນ 3 ເດືອນ (ກໍລະນີເປັນບໍລິສັດ)
  2. ສຳເນົາບັດປະຈຳຕົວປະຊາຊົນນາຍຈ້າງ
  3. ສຳເນົາທະບຽນບ້ານນາຍຈ້າງ
  4. ທະບຽນການຄ້າ (ຖ້າມີ)

ລົງຊື່ແທ້+ຕີກາມາທຸກແຜ່ນ

 

ເອກະສານທີ່ຕ້ອງໃຊ້ຂອງແຮງງານຕ່າງດ້າວ
  1. ປຶ້ມເດິນທາງ (Passport) ຕົວຈິງ
  2. ໃບອະນຸຍາດເຮັດວຽກ (Work permit) ຕົວຈິງ
  3. ຮູບຖ່າຍ5 ນິ້ວ ພື້ນຂາວ 6 ໃບ
  4. ຮູບຖ່າຍເຄິ່ງຕົວ ພື້ນຂາວ (ພິມລົງເຈ້ຍເອສີ່ 1 ຮູບ)
  5. ໃບຢັ້ງຢືນການແພດແລະໃບຊຳລະເງິນກັບໂຮງຫມໍ

 

ສາມາດຍື່ນຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວິຊ້າແຮງງານຕ່າງດ້າວ ລ່ວງຫນ້າໄດ້ 45 ມື້

 

ຄ່າໃຊ້ຈ່າຍ

ທາງເລືອກທີ 1 ແຮງງານໄປກວດສຸຂະພາບເອງ 7,200 ບາດ ຕໍ່ຄົນ

ທາງເລືອກທີ 2 ລວມບໍລິການພາແຮງງານໄປກວດສຸຂະພາບນຳ 8,700 ບາດຕໍ່ຄົນ (ບໍ່ລວມປະກັນສຸຂະພາບແຮງງາງ)

**ໝາຍເຫດ ຄ່າບໍລິການແລະຄ່າທຳນຽມບໍ່ລວມເງິນປະກັນ ເຊິ່ງຕອນທີ່ຕໍ່ MOU ຄົບ 2 ປີ ທີ່ເຄີຍຈ່າຍເງິນແລ້ວຕ້ອງແນບເອກະສານການຈ່າຍເງິນມານຳ ຖ້າບໍ່ມີຕ້ອງຕື່ມເງິນປະກັນອີກ 1,000 ຕໍ່ຄົນ

 


ຂໍ້ຄວນຮູ້ ເລື່ອງເງິນປະກັນ MOU

ການຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວກັບອອກໄປນອກລາຊະອານາຈັກ

  1. ສິດໃນການຂໍຄືນເງິນປະກັນລູກຈ້າງເຊິ່ງອອກໄປນອກລາຊະອານາຈັກໂດຍຄ່າໃຊ້ຈ່າຍຂອງຕົວເອງທຸກຄົນ
  2. ໜ້າທີ່ຂອງນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງພາຍໃນ 30 ມື້ ນັບຕັ້ງແຕ່ມື້ທີ່ໄດ້ຮັບເລື່ອງຫລືເອກະສານແຈ້ງຂໍຄືນເງິນ ໃນກໍລະນີທີ່ນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງ ຫາກກາຍກຳໜົດເວລາດັງກ່າວ ນາຍທະບຽນຕ້ອງຄືນເງິນຕົ້ນແລະດອກເບ້ຍໃນອັດຕາຮ້ອຍລະເຈັດເຄິ່ງຕໍ່ປີ ນັບຕັ້ງແຕ່ມື້ທີ່ຄົບກຳໜົດສາມສິບມື້ຈົນເຖິງມື້ທີ່ຄືນເງິນປະກັນໃຫ້ລູກຈ້າງ
  3. ວິທີການຂໍຄືນເງິນປະກັນ ມີ 3 ວິທີດັງນີ້
    1. ຂໍເງິນຄືນລ່ວງໜ້າກ່ອນມື້ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານແຈ້ງຄວາມຕ້ອງການລ່ວງໜ້າເພື່ອຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.2) ກ່ອນເດິນທາງເມືອ ບໍ່ຕ່ຳກວ່າ 15 ມື້
    2. ຂໍຄືນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກທີ່ດ່ານກວດຄົນເຂົ້າເມືອງ
    3. ຂໍຄືນເງິນປະກັນຄ່າໃຊ້ຈ່າຍຫລັງຈາກເດິນທາງອອກໄປນອກລາຊະອານາຈັກແລ້ວ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນທີ່ດ່ານກວດຄົນເຂົ້າເມືອງຫລືສົ່ງທາງໄປລະສະນີລົງທະບຽນຕອບຮັບໄປຍັງສຳນັກງານກອງທຶນເພື່ອການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ

 

ສາມາດອ່ານສະບັບເຕັມໄດ້ທີ່ ເງິນປະກັນແຮງງານຕ່າງດ້າວ

 

 

SHARE: