ปกต่ออายุ 2 ปีหลัง ลาว

MOU ຄົບ 2 ປີ ບໍລິການ ຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວ VISA

เลือกอ่านหัวข้อที่สนใจ

MOU ຄົບ 2 ປີ ການຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວແລະວີຊ້າແຮງງານຕ່າງດ້າວ

ບໍລິການ ຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວ VISA (MOU ຄົບ 2 ປີ)

ສັນຊາດ ມຽນມາ ລາວ ກຳພູຊາ ກຸ່ມ MOU ທີ່ຢູ່ຄົບ 2 ປີ ແລະຕ້ອງການຕໍ່ອີກ 2 ປີ

 ຂັ້ນຕອນການຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວ VISA (MOU ຄົບ 2 ປີ)

  1. ແຮງງານໄປກວດສຸຂະພາບ (ລາຍລະອຽດການກວດສຸຂະພາບ)
  2. ແຮງງານໄປຖ່າຍຮູບຢູ່ຮ້ານ ຫລືມາຖ່າຍຢູ່ບໍລິສັດໄດ້ຟີ
  3. ນາຍຈ້າງລົງຊື່ໃນເອກະສານແບບຟອມທີ່ທາງບໍລິສັດເຮົາກຽມໄວ້ໃຫ້
  4. ນຳເອກະສານທັ້ງໝົດມາຍື່ນທີ່ບໍລິສັດ

ເອກະສານທີ່ຕ້ອງໃຊ້

ນາຍຈ້າງ (ສຳເນົາ 2 ຊຸດ)

  1. ສຳເນົາໃບຢັ້ງຢືນບໍລິສັດ ອາຍຸບໍ່ເກິນ 3 ເດືອນ (ກໍລະນີເປັນບໍລິສັດ)
  2. ສຳເນົາບັດປະຈຳຕົວປະຊາຊົນນາຍຈ້າງ
  3. ທະບຽນບ້ານນາຍຈ້າງ
  4. ທະບຽນການຄ້າ (ຖ້າມີ)

      *** ລົງຊື່ແທ້+ຕີກາມາທຸກແຜ່ນ

ແຮງງານ

  1. ປຶ້ມເດິນທາງ (Passport) ຕົວຈິງ
  2. ໃບອະນຸຍາດເຮັດວຽກ (Work permit) ຕົວຈິງ
  3. ຮູບຖ່າຍ5 ນິ້ວ ພື້ນຂາວ 6 ໃບ ພາແຮງງານມາຖ່າຍຢູ່ບໍລິສັດໄດ້ຟີ
  4. ຮູບຖ່າຍເຄິ່ງຕົວ ພື້ນຂາວ (ພິມລົງເຈ້ຍເອສີ່ 1 ຮູບ) ພາແຮງງານມາຖ່າຍຢູ່ບໍລິສັດໄດ້
  5. ໃບຢັ້ງຢືນການແພດແລະໃບຊຳລະເງິນກັບໂຮງຫມໍ

ສາມາດຍື່ນຕໍ່ໃບອະນຸຍາດເຮັດວຽກແຮງງານຕ່າງດ້າວ Work Permit ແລະຕໍ່ວີຊ້າແຮງງານຕ່າງດ້າວລ່ວງໜ້າໄດ້ 1 ເດືອນ

ຄ່າບໍລິການລວມຄ່າທຳນຽມ

6,400 ບາດ + ຄ່າປະກັນ MOU 1,000 ບາດ = 7,400 ບາດ

 


ຂໍ້ຄວນຮູ້ ເລື່ອງເງິນປະກັນ MOU

ການຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວກັບອອກໄປນອກລາຊະອານາຈັກ

  1. ສິດໃນການຂໍຄືນເງິນປະກັນລູກຈ້າງເຊິ່ງອອກໄປນອກລາຊະອານາຈັກໂດຍຄ່າໃຊ້ຈ່າຍຂອງຕົວເອງທຸກຄົນ
  2. ໜ້າທີ່ຂອງນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງພາຍໃນ 30 ມື້ ນັບຕັ້ງແຕ່ມື້ທີ່ໄດ້ຮັບເລື່ອງຫລືເອກະສານແຈ້ງຂໍຄືນເງິນ ໃນກໍລະນີທີ່ນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງ ຫາກກາຍກຳໜົດເວລາດັງກ່າວ ນາຍທະບຽນຕ້ອງຄືນເງິນຕົ້ນແລະດອກເບ້ຍໃນອັດຕາຮ້ອຍລະເຈັດເຄິ່ງຕໍ່ປີ ນັບຕັ້ງແຕ່ມື້ທີ່ຄົບກຳໜົດສາມສິບມື້ຈົນເຖິງມື້ທີ່ຄືນເງິນປະກັນໃຫ້ລູກຈ້າງ
  3. ວິທີການຂໍຄືນເງິນປະກັນ ມີ 3 ວິທີດັງນີ້
    1. ຂໍເງິນຄືນລ່ວງໜ້າກ່ອນມື້ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານແຈ້ງຄວາມຕ້ອງການລ່ວງໜ້າເພື່ອຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.2) ກ່ອນເດິນທາງເມືອ ບໍ່ຕ່ຳກວ່າ 15 ມື້
    2. ຂໍຄືນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກທີ່ດ່ານກວດຄົນເຂົ້າເມືອງ
    3. ຂໍຄືນເງິນປະກັນຄ່າໃຊ້ຈ່າຍຫລັງຈາກເດິນທາງອອກໄປນອກລາຊະອານາຈັກແລ້ວ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນທີ່ດ່ານກວດຄົນເຂົ້າເມືອງຫລືສົ່ງທາງໄປລະສະນີລົງທະບຽນຕອບຮັບໄປຍັງສຳນັກງານກອງທຶນເພື່ອການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ

ສາມາດອ່ານສະບັບເຕັມໄດ້ທີ່ ເງິນປະກັນແຮງງານຕ່າງດ້າວ

SHARE: