ลาว mou4ปี

ບໍລິການ ຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ VISA (MOU ຄົບ 4 ປີ)

เลือกอ่านหัวข้อที่สนใจ

ບໍລິການ ຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ VISA (MOU ຄົບ 4 ປີ)

ຂັ້ນຕອນການຮັບບໍລິການ MOU ຄົບ 4 ປີ

  1. ແຮງງານໄປກວດສຸຂະພາບ
  2. ແຮງງານໄປຖ່າຍຮູບຢູ່ຮ້ານ ຫລືມາຖ່າຍຢູ່ບໍລິສັດໄດ້ຟີ
  3. ນາຍຈ້າງລົງຊື່ໃນເອກະສານແບບຟອມທີ່ທາງບໍລິສັດໄດ້ກະກຽມໄວ້ໃຫ້
  4. ນຳເອກະສານທັ້ງໝົດມາຍື່ນທີ່ບໍລິສັດ

ວິທີການດຳເນິນການຕໍ່ວີຊ້າແລະໃບອະນຸຍາດເຮັດວຽກ MOU ຄົບ 4 ປີ

  1. ຍື່ນເອກະສານຕໍ່ວີຊ້າ ທີ່ສຳນັກງານກວດຄົນເຂົ້າເມືອງ
  2. ຍື່ນເອກະສານຕໍ່ໃບອະນຸຍາດເຮັດວຽກທີ່ກົມຈັດຫາງານ
  3. ຍື່ນຂໍຈັດເຮັດທະບຽນປະຫວັດຄົນທີ່ບໍ່ມີສັນຊາດໄທ (ເຮັດບັດສີຊົມພູ)

 

ເອກະສານທີ່ຕ້ອງໃຊ້

ນາຍຈ້າງ (ສຳເນົາ 3 ຊຸດ)

  1. ສຳເນົາໃບຢັ້ງຢືນບໍລິສັດ ອາຍຸບໍ່ເກິນ 3 ເດືອນ (ກໍລະນີເປັນບໍລິສັດ)
  2. ສຳເນົາບັດປະຊາຊົນນາຍຈ້າງ
  3. ສຳເນົາສຳມະໂນຄົວນາຍຈ້າງ
  4. ທະບຽນການຄ້າ (ຖ້າມີ)

ລົງຊື່ແທ້+ຕີກາມາທຸກແຜ່ນ

ແຮງງານ (ສຳເນົາ 3 ຊຸດ)

  1. ປຶ້ມເດິນທາງ (Passport) ຕົວຈິງ
  2. ໃບອະນຸຍາດເຮັດວຽກ (Work permit) ຕົວຈິງ
  3. ຮູບຖ່າຍ 1.5 ນິ້ວ ເບື້ອງຫລັງຂາວ 6 ໃບ
  4. ຮູບຖ່າຍເຄິ່ງຕົວ ເບື້ອງຫລັງຂາວ (ພິມລົງເຈ້ຍເອສີ່ 1 ຮູບ)
  5. ໃບຢັ້ງຢືນການແພດແລະໃບເສັດໂຮງຫມໍ

 

ສາມາດຍື່ນຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ ລ່ວງຫນ້າໄດ້ 45 ມື້

ຄ່າໃຊ້ຈ່າຍແລະຄ່າທຳນຽມ MOU ຄົບ 4 ປີ

ທາງເລືອກທີ 1 ກໍລະນີທີ່ໄປກວດສຸຂະພາບເອງ 7,200 ບາດ ຕໍ່ຄົນ

ທາງເລືອກທີ 2 ບໍລິການພາໄປກວດສຸຂະພາບລວມ 8,700 ບາດຕໍ່ຄົນ (ບໍ່ໄດ້ລວມປະກັນສຸຂະພາບ)

ໃນໄລຍະນີ້ຈັດຫາງານບໍ່ເກັບຄ່າປະກັນ MOU 1,000 ບາດ

 

ເອກະສານທີ່ຈະໄດ້ຮັບ

  1. ໃບອະນຸຍາດເຮັດວຽກ 2 ປີ
  2. ວີຊ້າ 1 ປີ (ເມື່ອຄົບ 1 ປີ ສາມາດຕໍ່ໄດ້ຕື່ມອີກ 1 ປີ)

 

ຂໍ້ຄວນຮູ້ ເລື່ອງເງິນປະກັນ MOU

ການຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວກັບອອກໄປນອກລາຊະອານາຈັກ

  1. ສິດໃນການຂໍຄືນເງິນປະກັນລູກຈ້າງເຊິ່ງອອກໄປນອກລາຊະອານາຈັກໂດຍຄ່າໃຊ້ຈ່າຍຂອງຕົວເອງທຸກຄົນ
  2. ໜ້າທີ່ຂອງນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງພາຍໃນ 30 ມື້ ນັບຕັ້ງແຕ່ມື້ທີ່ໄດ້ຮັບເລື່ອງຫລືເອກະສານແຈ້ງຂໍຄືນເງິນ ໃນກໍລະນີທີ່ນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງ ຫາກກາຍກຳໜົດເວລາດັງກ່າວ ນາຍທະບຽນຕ້ອງຄືນເງິນຕົ້ນແລະດອກເບ້ຍໃນອັດຕາຮ້ອຍລະເຈັດເຄິ່ງຕໍ່ປີ ນັບຕັ້ງແຕ່ມື້ທີ່ຄົບກຳໜົດສາມສິບມື້ຈົນເຖິງມື້ທີ່ຄືນເງິນປະກັນໃຫ້ລູກຈ້າງ
  3. ວິທີການຂໍຄືນເງິນປະກັນ ມີ 3 ວິທີດັງນີ້
  • ຂໍເງິນຄືນລ່ວງໜ້າກ່ອນມື້ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານແຈ້ງຄວາມຕ້ອງການລ່ວງໜ້າເພື່ອຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.2) ກ່ອນເດິນທາງເມືອ ບໍ່ຕ່ຳກວ່າ 15 ມື້
  • ຂໍຄືນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກທີ່ດ່ານກວດຄົນເຂົ້າເມືອງ
  • ຂໍຄືນເງິນປະກັນຄ່າໃຊ້ຈ່າຍຫລັງຈາກເດິນທາງອອກໄປນອກລາຊະອານາຈັກແລ້ວ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນທີ່ດ່ານກວດຄົນເຂົ້າເມືອງຫລືສົ່ງທາງໄປລະສະນີລົງທະບຽນຕອບຮັບໄປຍັງສຳນັກງານກອງທຶນເພື່ອການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ

SHARE: