ลาว mou2ปี

ບໍລິການຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ VISA (MOU ຄົບ 2 ປີ)

เลือกอ่านหัวข้อที่สนใจ

ບໍລິການຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ VISA (MOU ຄົບ 2 ປີ) ສັນຊາດ ມຽນມາ ລາວ ກຳພູຊາ ກຸ່ມ MOU ທີ່ຢູ່ຄົບ 2 ປີ ແລະຕ້ອງການຕໍ່ອີກ 2 ປີ

ຂັ້ນຕອນການຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າ VISA (MOU ຄົບ 2 ປີ)

  1. ແຮງງານໄປກວດສຸຂະພາບ
  2. ແຮງງານໄປຖ່າຍຮູບຢູ່ຮ້ານ ຫລືມາຖ່າຍຢູ່ບໍລິສັດໄດ້ຟີ
  3. ນາຍຈ້າງລົງຊື່ໃນເອກະສານແບບຟອມທີ່ທາງບໍລິສັດໄດ້ກະກຽມໄວ້ໃຫ້
  4. ນຳເອກະສານທັ້ງໝົດມາຍື່ນທີ່ບໍລິສັດ

 

ເອກະສານທີ່ຕ້ອງໃຊ້

ນາຍຈ້າງ (ສຳເນົາ 2 ຊຸດ)

  1. ສຳເນົາໃບຢັ້ງຢືນບໍລິສັດ ອາຍຸບໍ່ເກິນ 3 ເດືອນ (ກໍລະນີເປັນບໍລິສັດ)
  2. ສຳເນົາບັດປະຊາຊົນນາຍຈ້າງ
  3. ສຳເນົາທະບຽນບ້ານນາຍຈ້າງ
  4. ທະບຽນການຄ້າ (ຖ້າມີ)

ລົງຊື່ແທ້+ຕີກາມາທຸກແຜ່ນ

ແຮງງານ

  1. ປຶ້ມເດິນທາງ (Passport) ຕົວຈິງ
  2. ໃບອະນຸຍາດເຮັດວຽກ (Work permit) ຕົວຈິງ
  3. ຮູບຖ່າຍ 1.5 ນິ້ວ ເບື້ອງຫລັງຂາວ 6 ໃບ ຫລືມາຖ່າຍຢູ່ບໍລິສັດຟີ
  4. ຮູບຖ່າຍເຄິ່ງຕົວ ເບື້ອງຫລັງຂາວ (ພິມລົງເຈ້ຍເອສີ່ 1 ຮູບ) ຫລືມາຖ່າຍຢູ່ບໍລິສັດໄດ້
  5. ໃບຢັ້ງຢືນການແພດແລະໃບເສັດໂຮງຫມໍ

 

(ສາມາດຍື່ນຕໍ່ໃບອະນຸຍາດເຮັດວຽກ Work Permit ແລະຕໍ່ວີຊ້າລ່ວງໜ້າໄດ້ 1 ເດືອນ)

 

ຄ່າບໍລິການລວມຄ່າທຳນຽມທັ້ງໝົດ

6,400 ບາດເທົ່ານັ້ນ

ໃນໄລຍະນີ້ຈັດຫາງານບໍ່ເກັບຄ່າປະກັນ MOU 1,000 ບາດ

 

ເອກະສານທີ່ຈະໄດ້ຮັບ

  1. ໃບອະນຸຍາດເຮັດວຽກ 2 ປີ
  2. ວີຊ້າ 2 ປີ

 

ຂໍ້ຄວນຮູ້ ເລື່ອງເງິນປະກັນ MOU

ການຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວກັບອອກໄປນອກລາຊະອານາຈັກ

  1. ສິດໃນການຂໍຄືນເງິນປະກັນລູກຈ້າງເຊິ່ງອອກໄປນອກລາຊະອານາຈັກໃຊ້ຄ່າໃຊ້ຈ່າຍຂອງຕົວເອງທຸກຄົນ
  2. ໜ້າທີ່ຂອງນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງພາຍໃນ 30 ມື້ ນັບຕັ້ງແຕ່ມື້ທີ່ໄດ້ຮັບເລື່ອງຫລືເອກະສານແຈ້ງຂໍຄືນເງິນ ໃນກໍລະນີທີ່ນາຍທະບຽນຄືນເງິນປະກັນຄ່າໃຊ້ຈ່າຍໃຫ້ກັບລູກຈ້າງ ຫາກກາຍກຳໜົດເວລາດັງກ່າວ ນາຍທະບຽນຕ້ອງຄືນເງິນຕົ້ນແລະດອກເບ້ຍໃນອັດຕາຮ້ອຍລະເຈັດເຄິ່ງຕໍ່ປີ ນັບຕັ້ງແຕ່ມື້ທີ່ຄົບກຳໜົດສາມສິບມື້ຈົນເຖິງມື້ທີ່ຄືນເງິນປະກັນໃຫ້ລູກຈ້າງ
  3. ວິທີການຂໍຄືນເງິນປະກັນ ມີ 3 ວິທີດັງນີ້
  • ຂໍເງິນຄືນລ່ວງໜ້າກ່ອນມື້ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານແຈ້ງຄວາມຕ້ອງການລ່ວງໜ້າເພື່ອຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.2) ກ່ອນເດິນທາງເມືອ ບໍ່ຕ່ຳກວ່າ 15 ມື້
  • ຂໍຄືນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນໃນມື້ທີ່ເດິນທາງອອກໄປນອກລາຊະອານາຈັກທີ່ດ່ານກວດຄົນເຂົ້າເມືອງ
  • ຂໍຄືນເງິນປະກັນຄ່າໃຊ້ຈ່າຍຫລັງຈາກເດິນທາງອອກໄປນອກລາຊະອານາຈັກແລ້ວ ຍື່ນເອກະສານຄຳຮ້ອງຂໍຄືນເງິນປະກັນຄ່າໃຊ້ຈ່າຍໃນການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ (ກ.ຕ.1) ຕໍ່ນາຍທະບຽນທີ່ດ່ານກວດຄົນເຂົ້າເມືອງຫລືສົ່ງທາງໄປລະສະນີລົງທະບຽນຕອບຮັບໄປຍັງສຳນັກງານກອງທຶນເພື່ອການສົ່ງຄົນຕ່າງດ້າວອອກໄປນອກລາຊະອານາຈັກ

SHARE: